| |
ນິຍາມວິທະຍຸແມ່ນຫຍັງ? ມີຈັກປະເພດ? |
|
| |
1. ວິທະຍຸກະຈາຍສຽງແມ່ນພາຫະນະສື່ມວນຊົນ Electronic ນຳເອົາຂໍ້ມູນຂ່າວສານ
ໄປສູ່ກຸ່ມເປົ້າໝາຍດ້ວຍກະແສຄື້ນຄວາມຖີ່ ຫຼື ຜ່ານລະບົບດາວທຽມ ເພື່ອສົ່ງຕໍ່ໃສ່ເຄື່ອງຮັບ (ວິທະຍຸຮັບຟັງ Radio receiver) ຫຼື ເຄື່ອງຮັບດາວທຽມ Satellite receivers.
2. ວິທະຍຸມີ 3 ປະເພດຄື: ວິທະຍຸກະຈາຍສຽງ,ວິທະຍຸຕິດຕໍ່ສື່ສານ ແລະວິທະຍຸອີນເຕີເນັດ Internet.
3. ເປັນປາກກະບອກສຽງຂອງພັກການເມືອງ, ອຳນາດລັດໃດໜຶ່ງຕໍ່ສູ້ເພື່ອອຸດົມການແນວຄິດການເມື່ອງອັນແນ່ນອນ.
4. ເປັນເວທີສະແດງຄວາມຄິດເຫັນຂອງມະຫາຊົນ ແລະເປັນຂົວຕໍ່ລະຫວ່າງພັກລັດ ແລະ ປະຊາຊົນ ແລະເປັນຂົວຕໍ່ລະຫວ່າງພັກລັດ ແລະປະຊາຊົນ.
5. ແມ່ນເພື່ອນສະໜິດສະໝົມເປັນກັນເອງກັບຜູ້ຟັງໂດຍເປັນທີ່ປຶກສາ, ໃຫ້ຄວາມຮູ້ ແລະອາລົມຈິດເບິກບານມ່ວນຊື່ນ. |
|
| |
ເຫດຜົນໃດທີ່ພາໃຫ້ເກີດມີວິທະຍຸກະຈາຍສຽງ? |
|
| |
1. ປັດໃຈຕົ້ນຕໍທີ່ພາໃຫ້ມີວິທະຍຸກະຈາຍສຽງ ແມ່ນຈຸດປະສົງເປົ້າໝາຍທາງ
ດ້ານການເມືອງ, ເສດຖະກິດ, ວັດທະນາທຳ ແລະທຸລະກິດທາງດ້ານການຄ້າເປັນສິ່ງກຳນົດ.
2. ຄວາມຕ້ອງການຂອງສັງຄົມທີ່ຢາກຮູ້ຂ່າວຄາວ, ສະຖານະການ, ສາລະໜ້າຮູ້, ຂໍ້ມູນຂ່າວສານ
ທີ່ເປັນປະໂຫຍດທາງດ້ານການສຶກສາວິທະຍາສາດ, ບົດຮຽນໃນການຜະລິດ, ການສູ້ຮົບຝຶກ ແອບຕ່າງໆ ເພື່ອຍົກລະດັບກຳລັງການຜະລິດໃຫ້ສູງຂື້ນ ແລະຄວາມຕ້ອງການທາງດ້ານການ ບັນເທິງ. |
|
| |
ປັດໃຈພື້ນຖານທີ່ເປັນໂຄງປະກອບສ້າງຂອງວິທະຍຸກະຈາຍສຽງ |
|
| |
1. ພະນັກງານນຳພາ, ນັກວິຊາການນັກຂ່າວ, ຈັດລາຍການ, ໂຄສົກ ແລະ ພະນັກງານບໍລິຫານຮັບໃຊ້.
2. ບັນດາປະເພດລາຍການຂອງວິທະຍຸກະຈາຍສຽງທີ່ນຳໃຊ້ພາສາຄຳເວົ້າອອກອາກາດ (ພາສາຊາດ, ຊົນເຜົ່າ ແລະ ຕ່າງປະເທດ).
3. ລະບົບການສຽງຂອງ Studio ຄົບຊຸດ (Analogue-Digital Equipment).
4. ກຳລັງແຮງສົ່ງດ້ວຍກະແສຄື້ນຄວາມຖີ່, ລະບົບດາວທຽມ ແລະ ອິນເຕີເນັດ.
5. ພື້ນຖານໂຄງລ່າງທີ່ອຳນວຍຄວາມສະດວກສະບາຍໃນການເຮັດວຽກ.
6. ພາຫະນາຮັບໃຊ້ແລ່ນຂ່າວປະຈຳວັນ. |
|
| |
ພາລະບົດບາດໜ້າທີ່ຂອງວິທະຍຸກະຈາຍສຽງ |
|
| |
1. ໃຫ້ຂໍ້ມູນຂ່າວສານ ແລະສະພາບສະຖານະການ (Information)
2. ໃຫ້ຄວາມຮູ້ ແລະໃຫ້ການສຶກສາອົບຮົມເພື່ອປ່ຽນແປງພຶດຕິກຳ ແລະທັດສະນະຄະຕິຂອງ ຄົນໄປສູ່ການພັດທະນາທີ່ດີຂື້ນ (Education)
3. ໃຫ້ຄວາມມ່ວນຊື່ນ ແລະບັນເທິງ (Entertainment) |
|
| |
ຈຸດພິເສດຂອງວິທະຍຸກະຈາຍສຽງ |
|
| |
ຈຸດພິເສດຂອງວິທະຍຸກະຈາຍສຽງສ່ວນໜຶ່ງ ແມ່ນນອນຢູ່ໃນກຳນົດນິຍາມໄປແລ້ວ:
1. ວິທະຍຸກະຈາຍສຽງແມ່ນປະເພດສື່ມ່ວນຊົນເອເລັກໂຕຼນິກ (Electronic media) ໃຊ້ກະແສ ຄື້ນສຽງໄປຕາມອາກາດ ເພື່ອສົ່ງຂໍ້ມູນຂ່າວສານໄປຍັງກຸ່ມເປົ້າໝາຍ, ໃຊ້ລະບົບດາວທຽມ ແລະອິນເຕີເນັດ. ໂດຍສະເພາະແມ່ນອິນເຕີເນັດ ແມ່ນສາມາດໄປໄດ້ທົ່ວໂລກ.
2. ກະທົບກັບທີ່, ໄວທັນເຫດການ, ທັນສະພາບການ, ໄປກວ້າງໄກທຸກຫົນທຸກແຫ່ງ, ເຄື່ອງ ຮັບລາຄາບໍ່ແພງ, ຖືໄປນຳໄດ້ທຸກແຫ່ງ ແລະເໝາະສົມກັບລາຍຮັບຂອງຊັ້ນຄົນໃນສັງຄົມ ໂດຍສະເພາະແມ່ນຜູ້ທຸກຍາກຢູ່ເຂດຫ່າງໄກຊອກຫຼິກ.
3. ແນະນຳການຊອກຊື້ ແລະ ນຳໃຊ້ສິນຄ້າຄຸນນະພາບ ແລະ ລາຄາດີມີປະໂຫຍດຕໍ່ສັງຄົມ.
4. ອອກແຮງານ, ຂັບຂີ່ຍວດຍານພາຫານະກໍ່ສາມາດຮັບຟັງວິທະຍຸໄດ້ທຸກເວລານາທີ, ຈຸດພິເສດ
ດ້ານນີ້ບໍ່ມີໃຜເທົ່າທຽມໄດ້.
5. ໃຊ້ສຽງພຽງຢ່າງດຽວ ໂດຍບໍ່ມີຮູບພາບແສງສີຫຍັງມາຊວ່ຍຄືໂທລະພາບ.
ລາຍລະອຽດ --->>> |
|