ຕອນເຊົ້າວັນທີ 25 ສິງຫາ 2010 ນີ້ ທ່ານ ຫງວຽນ ມິງຈຽດ ປະທານປະເທດແຫ່ງສາທາລະນະລັດ
ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງ ຢ້ຽມຢາມແຂວງຫລວງ
ນ້ຳທາຢ່າງເປັນທາງການພິທີຕ້ອນຮັບໄດ້ຈັດຂຶ້ນຢູ່ທີ່ສະຫນາມບິນຂອງແຂວງຫລວງນ້ຳທາ, ໂດຍ
ການຕ້ອນຮັບອັນອົບອຸ່ນຂອງທ່ານ ພິມມະສອນ ເລືອງຄຳ ມາ ກຳມະການສູນກາງພັກ, ເລຂາຄະ
ນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫລວງນ້ຳທາ ພ້ອມດ້ວຍພັນລະຍາ, ຄະນະການນຳແຂວງ,
ພະນັກງານຫລັກແຫລ່ງ, ນັກຮຽນນັກ ສຶກສາ ແລະ ພໍ່ແມ່ປະຊາຊົນ ພາຍໃນແຂວງຫລວງ
ນ້ຳທາອອກຕ້ອນຮັບ, ຕໍ່ມາທ່ານເຈົ້າແຂວງຫລວງນ້ຳທາກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນມິງຈຽດ
ແລະ ໄດ້ລາຍງານກ່ຽວ ກັບສະພາບການພັດທະນາເສດຖະກິດ - ສັງຄົມ ຢູ່ແຂວງຫຼວງນ້ຳທາໃຫ້ຊາບວ່າ:
ສາຍພົວພັນລາວ - ຫວຽດນາມ ໃນ ໄລຍະຜ່ານມາເວົ້າລວມເວົ້າສະເພາະກໍ່ຄືແຂວງຫລວງນ້ຳທາ
ແລະ ບັນດາແຂວງພາກເໜືອຂອງ ສສ ຫວຽດນາມ ເຊິ່ງຍາມໃດກໍ່ໄດ້ເຄື່ອນໄຫວຢ້ຽມຢາມພົບປະ
ຖອດຖອນບົດຮຽນຊ່ວຍເຫລືອເຊິ່ງກັນ ແລະ ກັນໃນແຕ່ລະຂົງເຂດວຽກງານໃຫ້ໄດ້ຮັບການປັບປຸງດີຂຶ້ນ
ແລະ ເພື່ອເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດເຮັດໃຫ້ສອງພັກສອງລັດປະຊາຊົນ
ສອງຊາດອ້າຍນ້ອງ ລາວ - ຫວຽດນາມ ໃຫ້ມີຄວາມໝັກແໜ້ນຂຶ້ນເລື້ອຍໆໂອກາດດຽວກັນ ທ່ານ ຫງວຽນ
ມິງຈຽດ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ກ່າວສະແດງຄວາມຂອບ
ໃຈທີ່ທາງແຂວງຫລວງນ້ຳທາໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ທ່ານ ຍັງເນັ້ນໜັກໃຫ້ແຂວງ
ຫລວງນ້ຳທາຈົ່ງເພີ່ມທະວີຄວາມສາມັກຄີແລກປ່ຽນບົດຮຽນກັບບັນດາແຂວງຢູ່ຫວຽດນາມ ເພື່ອຮັດແໜ້ນ
ມູນເຊື້ອຄວາມສາມັກຄີຮອບດ້ານແບບພິເສດສອງຊາດ ລາວ - ຫວຽດນາມ ໃຫ້ ແໜ້ນແຟ້ນຂຶ້ນເລື້ອຍໆ.
ໃນໂອກາດຢ້ຽມຢາມແຂວງຫລວງນ້ຳທາຄັ້ງນີ້ທ່ານຍັງໄດ້ມອບຄອມພິວເຕີ 30 ຊຸດ, ເງິນຈຳນວນ 10 ຕື້ດົງ
ແລະ 150.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານ ການພັດທະນາພື້ນຖານໂຄງລ່າງຂອງແຂວງ. ການເຄື່ອນໄຫວຢ້ຽມຢາມແຂວງຫລວງນ້ຳທາ ອງ ທ່ານ ຫງວຽນມິງຈຽດ ຄັ້ງນີ້ໂດຍ ມີທ່ານ ດຣ. ທອງລຸນ
ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ, ພະນັກງານການນຳຂັ້ນແຂວງ
ໄດ້ນຳພາທ່ຽວຊົມເບິ່ງກິດຈະກຳຕ່າງໆ ທີ່ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ການຊ່ວຍເຫຼືອ
ແກ່ແຂວງຫລວງນ້ຳທາ, ເປັນຕົ້ນແມ່ນຫໍວັດທະນະທຳມິດ ຕະພາບຂອງແຂວງ, ໂຮງຮຽນການເມືອງການ
ປົກຄອງແຂວງ, ໂຮງຮຽນອະນຸບານອຸ ດົມສິນ ແລະ ການກໍ່ສ້າງ ຫ້ອງການສະມາຊິກສະພາແຫ່ງຊາດ,
ເຂດເລືອກຕັ້ງທີ III ພ້ອມທັງຊົມການສະແດງສິລະປະວັນນະຄະດີບັນດາເຜົ່າທີ່ໄດ້ສະແດງຕ້ອນຮັບຢູ່ທີ່ໂຮງ
ແຮມອຸດົມສິນຕື່ມອີກ.ມາໃນຕອນແລງຂອງວັນດຽວກັນ ທ່ານ ຫງວຽນມິງຈຽດ ປະທານປະເທດແຫ່ງ ສາທາລະນະລັດສັງຄົມນິຍົມ
ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງກັບມາເພື່ອໄປຢ້ຽມຢາມແຂວງຈຳປາສັກອອກສົ່ງ
ຢູ່ທີ່ສະໜາມບິນແຂວງຫລວງນ້ຳທາໂດຍ ທ່ານ ພິມມະສອນ ເລືອງຄຳມາ ກຳມະການສູນກາງພັກເລຂາຄະ
ນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາພ້ອມພັນລະຍາ,ຄະນະການນຳແຂວງ ແລະ ພະນັກງານ
ຫຼັກແຫຼ່ງພາຍໃນແຂວງຫລວງນ້ຳທາອອກສົ່ງທ່ານທີ່ເດີ່ນບິນດ້ວຍຄວາມສະຫວັດດີພາບ.
|
|