ລັດຖະບານ​ຍີ່ປຸ່ນ​ຊ່ວຍ​ເຫລືອ​ເຂົ້າ​ແກ່​ລັດຖະບານ​ລາວ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອເຂົ້າສານຈຳ ນວນ 347 ໂຕນ ມີມູນຄ່າ 280.000 ໂດລາສະຫະລັດ
ແກ່ລັດຖະບານລາວໂດຍຜ່ານໂຄງການຄັງແຮເຂົ້າອາຊີຕາເວັນອອກສ່ຽງໃຕ້ ເພື່ອນຳໄປຊ່ວຍເຫລືອປະຊາຊົນ
ທີ່ປະສົບເຄາະຮ້າຍຈາກພາຍຸເກດສະຫນາຢູ່ແຂວງສາລະວັນ ແລະ ແຂວງອັດຕະປື .ພິທີມອບ - ຮັບເຂົ້າຈຳນວນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 25 ສິງຫາ 2010 ທີ່ກະຊວງແຮງງານ - ສະຫວັດ
ດີການສັງຄົມ ໂດຍຕາງຫນ້າໃຫ້ລັດຖະບານຍີ່ປຸ່ນແມ່ນ ທ່ານ ມາຊະອາກິ ມີຢະຊິຕະ ເອກອັກຄະຣາຊະທູດຍີ່
ປຸ່ນປະຈຳລາວເປັນຜູ້ກ່າວມອບ ແລະ ຕາງຫນ້າໃຫ້ລັດຖະບານລາວແມ່ນທ່ານນາງ ອ່ອນຈັນ ທຳມະວົງ
ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດ ດີການສັງຄົມເປັນຜູ້ກ່າວຮັບ, ມີທ່ານນາງ ອີຣີກູໂດ
ຫົວຫນ້າອົງການອາຫານໂລກປະຈຳ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ທ່ານນາງ ອ່ອນຈັນ ທຳມະວົງ ໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະຫນັບສະຫນູນ
ແລະ ຊ່ວຍເຫລືອຕະຫລອດມາ ແລະ ຫວັງວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ
ອີກໃນອະນາຄົດ, ສຳລັບການຊ່ວຍເຫລືອແກ່ປະຊາຊົນທີ່ປະສົບເຄາະຮ້າຍຈາກພາຍຸເກດສະຫນາຢູ່ແຂວງ
ສາລະວັນ ແລະ ອັດຕະປືນັບວ່າເປັນການຊ່ວຍເຫລືອທີ່ມີປະສິດທິຜົນສູງຕໍ່ການຟື້ນຟູຊີວິດການເປັນຢູ່ຂອງ
ປະຊາຊົນທີ່ປະສົບເຄາະຮ້າຍຈາກໄພພິບັດດັ່ງກ່າວໃຫ້ກ້າວສູ່ສະພາບປົກກະຕິໂດຍໄວເຂົ້າທີ່ໄດ້ຮັບການຊ່ວຍ
ເຫລືອຄັ້ງນີ້ແມ່ນຈະໄດ້ນຳເອົາໄປຊ່ວຍເຫລືອປະຊາຊົນຢ່າງແນ່ນອນ.

         ວິທະຍຸກະຈາຍສຽງແຫ່ງຊາດລາວ ຖະໜົນໄຜ່ໜາມ ຕູ້ໄປສະນີ 310
ໂທລະສັບ: (856-21) 212468, 243250 ໂທລະສານ: (856-21) 212430
..........................................................................................
Copyright © 2006 Lao National Radio. All Rights Reserved
Website development by Lao National Radio