​       ມອບ​ເງິນ​ປະກອບສ່ວນ​ໂຄງການ​ກໍ່ສ້າງ​ຫໍ​ຫລັກ​ເມືອງ​ວຽງ​ຈັນ
ທ່ານ ອັດສະຈັນ ສິງສຸວັນ ຕົວແທນຈຳຫນ່າຍນ້ຳຕານມິດຜົນ ໃນ ສປປ ລາວ ໄດ້ນຳເອົາເງິນຈຳນວນ 10 ລ້ານກີບມາມອບໃຫ້ແກ່
ທ່ານ ຫມູນແກ້ວ ອໍລະບູນ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ - ວັດທະນະທຳ,ປະທານຄະນະຮັບຜິດຊອບໂຄງການກໍ່ສ້າງ
ຫໍຫລັກເມືອງ ເພື່ອເປັນການປະກອບສ່ວນໃນໂຄງການກໍ່ສ້າງຫໍຫລັກເມືອງທີ່ບ້ານເພຍວັດ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
ໂຄງການດັ່ງກ່າວປະກອບດ້ວຍ 3 ພາກສ່ວນໃຫຍ່ຄື: ຫໍຫລັກເມືອງວຽງຈັນ ເພື່ອເປັນບ່ອນຈັດວາງສະແດງຫລັກເມືອງບູຮານ ເຊິ່ງ
ເປັນຫີນຈຳນວນ 473 ຫລັກ ມີຫລັກເມືອງໃຫມ່ອີກ 1 ຫລັກ; ຫໍວາງສະແດງເພື່ອເປັນບ່ອນປົກປັກຮັກສາ ແລະ ຈັດຕັ້ງວາງສະແດງ
ບັນດາບູຮານວັດຖຸທີ່ກອບກູ້ຂຶ້ນມາໄດ້ໃນໄລຍະສ້ອມແປງເສັ້ນທາງເສດຖາທິລາດ ແລະ ເສັ້ນທາງສາມແສນໄທແຕ່ປີ 2003 -​2007
ເຊິ່ງບັນດາບູຮານວັດຖຸເຫລົ່ານັ້ນລ້ວນແຕ່ສ່ອງແສງເຖິງຊີວິດປະຈຳວັນຂອງຊາວນະຄອນຫລວງວຽງຈັນ ໃນສະໄຫມກ່ອນ; ເດີ່ນພະລານ
ເພື່ອຮອງຮັບມວນຊົນທີ່ຈະເຂົ້າມາຊົມ ແລະ ສວນດອກໄມ້ອ້ອມຮອບສະຖານທີ່ເພື່ອສ້າງສິ່ງແວດລ້ອມທີ່ສວຍງາມ ແລະ ປົກປັກຮັກສາ
ທຳມະຊາດ. ພິທີມອບ - ຮັບເງິນ ຈຳນວນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9 ມີນາ 2010 ທີ່ກະຊວງຖະແຫລງຂ່າວ - ວັດທະນະທຳ.
         ວິທະຍຸກະຈາຍສຽງແຫ່ງຊາດລາວ ຖະໜົນໄຜ່ໜາມ ຕູ້ໄປສະນີ 310
ໂທລະສັບ: (856-21) 212468, 243250 ໂທລະສານ: (856-21) 212430
..........................................................................................
Copyright © 2006 Lao National Radio. All Rights Reserved
Website development by Lao National Radio