ຄວາມເປັນມາຂອງ
ວິທະຍຸກະຈາຍສຽງແຫ່ງຊາດລາວ

     I/.ຄວາມເປັນມາຂອງວິທະຍຸກະຈາຍສຽງແຫ່ງຊາດ 

ໃນເງື່ອນໄຂທີ່ພາຫະນະສື່ມວນຊົນເອເລັກໂຕຣນິກອື່ນ
ຍັງບໍ່ທັນປະກົດຕົວ ແລະ ບາງສື່ສິ່ງພິມກໍ່ເກີດຂື້ນແລ້ວ
ແຕ່ຍັງບໍ່ສາມາດນຳເອົາຂໍ້ມູນຂ່າວສານໄປເຖິງກຸ່ມເປົ້າໝາຍ
ໄດ້ໃນທົ່ວທຸກແຫ່ງຂອງເຂດປົດປ່ອຍກໍ່ຄືທົ່ວປະເທດໃນສະໄໝ
ຕໍ່ສູ້ກູ້ຊາດ ແຕ່ຄວາມຮຽກຮ້ອງຕ້ອງການ ໃນການໂຄສະນາ
ເຜີຍແຜ່ແນວທາງການເມືອງຂອງພັກໃນການຕໍ່ສູ້ປົດປ່ອຍຊາດ
ພັດເລັ່ງທວງສູງ ສະນັ້ນ,ມາໃນວັນທີ 13 ສິງຫາ 1960
ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ຈຶ່ງໄດ້ສ້າງຕັ້ງຂື້ນ
ຢູ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອ
ຂອງລາວ.ນັບແຕ່ ວັນທີ 13 ສິງຫາ 1960 ມາເຖິງ
ວັນທີ 13 ສິງຫາ 2009 ນີ້, ວິທະຍຸກະຈາຍສຽງຂອງຝ່າຍ
ປະເທດລາວເມື່ອກ່ອນເຊິ່ງປະຈຸບັນແມ່ນວິທະຍຸກະຈາຍສຽງ
ແຫ່ງຊາດລາວ ໄດ້ມີອາຍຸຄົບຮອບ 49 ປີ ພໍດີ.


 ລາຍລະອຽດ.....>>>


 
 
 
 

ວິທະຍຸກະຈາຍສຽງແຫ່ງຊາດລາວ ຖະໜົນໄຜ່ໜາມ ຕູ້ໄປສະນີ 310
ໂທລະສັບ: (856-21) 212468, 243250 ໂທລະສານ: (856-21) 212430
..........................................................................................
Copyright © 2006 Lao National Radio. All Rights Reserved
Website development by Lao National Radio