ນິຍາມວິທະຍຸແມ່ນຫຍັງ? ມີຈັກປະເພດ?

 
 

 1. ວິທະຍຸກະຈາຍສຽງແມ່ນພາຫະນະສື່ມວນຊົນ Electronic ນຳເອົາຂໍ້ມູນຂ່າວສານ
 ໄປສູ່ກຸ່ມເປົ້າໝາຍດ້ວຍກະແສຄື້ນຄວາມຖີ່ ຫຼື ຜ່ານລະບົບດາວທຽມ ເພື່ອສົ່ງຕໍ່ໃສ່ເຄື່ອງຮັບ  (ວິທະຍຸຮັບຟັງ Radio receiver) ຫຼື ເຄື່ອງຮັບດາວທຽມ Satellite receivers.

 2. ວິທະຍຸມີ 3 ປະເພດຄື: ວິທະຍຸກະຈາຍສຽງ,​ວິທະຍຸຕິດຕໍ່ສື່ສານ ແລະວິທະຍຸອີນເຕີເນັດ  Internet.

 3. ເປັນປາກກະບອກສຽງຂອງພັກການເມືອງ,  ອຳນາດລັດໃດໜຶ່ງຕໍ່ສູ້ເພື່ອອຸດົມການແນວຄິດການເມື່ອງອັນແນ່ນອນ.

 4. ເປັນເວທີສະແດງຄວາມຄິດເຫັນຂອງມະຫາຊົນ ແລະເປັນຂົວຕໍ່ລະຫວ່າງພັກລັດ ແລະ  ປະຊາຊົນ ແລະເປັນຂົວຕໍ່ລະຫວ່າງພັກລັດ ແລະປະຊາຊົນ.

 5. ແມ່ນເພື່ອນສະໜິດສະໝົມເປັນກັນເອງກັບຜູ້ຟັງໂດຍເປັນທີ່ປຶກສາ, ໃຫ້ຄວາມຮູ້  ແລະອາລົມຈິດເບິກບານມ່ວນຊື່ນ.

 
 

ເຫດຜົນໃດທີ່ພາໃຫ້ເກີດມີວິທະຍຸກະຈາຍສຽງ?

 
 

 1. ປັດໃຈຕົ້ນຕໍທີ່ພາໃຫ້ມີວິທະຍຸກະຈາຍສຽງ ແມ່ນຈຸດປະສົງເປົ້າໝາຍທາງ
 ດ້ານການເມືອງ, ເສດຖະກິດ, ວັດທະນາທຳ ແລະທຸລະກິດທາງດ້ານການຄ້າເປັນສິ່ງກຳນົດ.

 2. ຄວາມຕ້ອງການຂອງສັງຄົມທີ່ຢາກຮູ້ຂ່າວຄາວ, ສະຖານະການ, ສາລະໜ້າຮູ້, ຂໍ້ມູນຂ່າວສານ
 ທີ່ເປັນປະໂຫຍດທາງດ້ານການສຶກສາວິທະຍາສາດ, ບົດຮຽນໃນການຜະລິດ, ການສູ້ຮົບຝຶກ  ແອບຕ່າງໆ ເພື່ອຍົກລະດັບກຳລັງການຜະລິດໃຫ້ສູງຂື້ນ ແລະຄວາມຕ້ອງການທາງດ້ານການ  ບັນເທິງ.

 
   ປັດໃຈພື້ນຖານທີ່ເປັນໂຄງປະກອບສ້າງຂອງວິທະຍຸກະຈາຍສຽງ  
   1. ພະນັກງານນຳພາ, ນັກວິຊາການນັກຂ່າວ, ຈັດລາຍການ, ໂຄສົກ ແລະ  ພະນັກງານບໍລິຫານຮັບໃຊ້.

 2. ບັນດາປະເພດລາຍການຂອງວິທະຍຸກະຈາຍສຽງທີ່ນຳໃຊ້ພາສາຄຳເວົ້າອອກອາກາດ  (ພາສາຊາດ, ຊົນເຜົ່າ ແລະ ຕ່າງປະເທດ).

 3. ລະບົບການສຽງຂອງ Studio ຄົບຊຸດ (Analogue-Digital Equipment).

 4. ກຳລັງແຮງສົ່ງດ້ວຍກະແສຄື້ນຄວາມຖີ່, ລະບົບດາວທຽມ ແລະ ອິນເຕີເນັດ.

 5. ພື້ນຖານໂຄງລ່າງທີ່ອຳນວຍຄວາມສະດວກສະບາຍໃນການເຮັດວຽກ.

 6. ພາຫະນາຮັບໃຊ້ແລ່ນຂ່າວປະຈຳວັນ.

 
   ພາລະບົດບາດໜ້າທີ່ຂອງວິທະຍຸກະຈາຍສຽງ  
   

 1. ໃຫ້ຂໍ້ມູນຂ່າວສານ ແລະສະພາບສະຖານະການ (Information)

 2. ໃຫ້ຄວາມຮູ້ ແລະໃຫ້ການສຶກສາອົບຮົມເພື່ອປ່ຽນແປງພຶດຕິກຳ ແລະທັດສະນະຄະຕິຂອງ  ຄົນໄປສູ່ການພັດທະນາທີ່ດີຂື້ນ (Education)

 3. ໃຫ້ຄວາມມ່ວນຊື່ນ ແລະບັນເທິງ (Entertainment)

 
   ຈຸດພິເສດຂອງວິທະຍຸກະຈາຍສຽງ  
    ຈຸດພິເສດຂອງວິທະຍຸກະຈາຍສຽງສ່ວນໜຶ່ງ ແມ່ນນອນຢູ່ໃນກຳນົດນິຍາມໄປແລ້ວ:

 1. ວິທະຍຸກະຈາຍສຽງແມ່ນປະເພດສື່ມ່ວນຊົນເອເລັກໂຕຼນິກ (Electronic media) ໃຊ້ກະແສ  ຄື້ນສຽງໄປຕາມອາກາດ ເພື່ອສົ່ງຂໍ້ມູນຂ່າວສານໄປຍັງກຸ່ມເປົ້າໝາຍ, ໃຊ້ລະບົບດາວທຽມ  ແລະອິນເຕີເນັດ. ໂດຍສະເພາະແມ່ນອິນເຕີເນັດ ແມ່ນສາມາດໄປໄດ້ທົ່ວໂລກ.

 2. ກະທົບກັບທີ່, ໄວທັນເຫດການ, ທັນສະພາບການ, ໄປກວ້າງໄກທຸກຫົນທຸກແຫ່ງ,  ເຄື່ອງ  ຮັບລາຄາບໍ່ແພງ, ຖືໄປນຳໄດ້ທຸກແຫ່ງ ແລະເໝາະສົມກັບລາຍຮັບຂອງຊັ້ນຄົນໃນສັງຄົມ  ໂດຍສະເພາະແມ່ນຜູ້ທຸກຍາກຢູ່ເຂດຫ່າງໄກຊອກຫຼິກ.

 3. ແນະນຳການຊອກຊື້ ແລະ ນຳໃຊ້ສິນຄ້າຄຸນນະພາບ ແລະ ລາຄາດີມີປະໂຫຍດຕໍ່ສັງຄົມ.

 4. ອອກແຮງານ, ຂັບຂີ່ຍວດຍານພາຫານະກໍ່ສາມາດຮັບຟັງວິທະຍຸໄດ້ທຸກເວລານາທີ, ຈຸດພິເສດ
 ດ້ານນີ້ບໍ່ມີໃຜເທົ່າທຽມໄດ້.

 5. ໃຊ້ສຽງພຽງຢ່າງດຽວ ໂດຍບໍ່ມີຮູບພາບແສງສີຫຍັງມາຊວ່ຍຄືໂທລະພາບ.

                             ລາຍລະອຽດ --->>>

 
 
 

ວິທະຍຸກະຈາຍສຽງແຫ່ງຊາດລາວ ຖະໜົນໄຜ່ໜາມ ຕູ້ໄປສະນີ 310
ໂທລະສັບ: (856-21) 212468, 243250 ໂທລະສານ: (856-21) 212430
..........................................................................................
Copyright © 2006 Lao National Radio. All Rights Reserved
Website development by Lao National Radio